ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມາລາ​ວີ ຍົກເວັ້ນ​ວີ​ຊາ​ໃຫ້​ນັກ​ທ່ອງ​ທ່ຽວ ​ຈາກ 79 ປະເທດ

     ສຳນັກ​ຂ່າວ​ຕ່າງປະເທດ​ໄດ້​ລາຍ​ງານ​ຈາກ​ນະຄອນຫຼວງ ລິ​ລົງ​ເວ ປະເທດ ມາລາ​ວີ ເມື່ອ​ວັນ​ທີ 10 ກຸມພາ 2024 ຜ່ານ​ມາ​ນີ້​ວ່າ:
ກະຊວງ​ການທ່ອງທ່ຽວ​ມາລາ​ວີ ໄດ້​ອອກ​ຖະ​ແຫຼ່ງ​ການ​ຍົກເວັ້ນ​ການ​ກວດ​ວີ​ຊາ ເພື່ອ​ການທ່ອງທ່ຽວໃຫ້​ກັບ​ນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​ມາ​
ຈາກ 79 ປະເທດ ໂດຍ​ມີ​ຜົນ​ບັງຄັບ​ໃຊ້ຕັ້ງ​ເຕ່​ວັນ​ທີ 7 ກຸມພາ 2024 ທີ່​ຜ່ານ​ມາ.

     ລາຍ​ງານ​ໃຫ້​ຮູ້​ວ່າ: ປະເທດ​ທີ່​ໄດ້​ຮັບ​ສິດທິ​ດັ່ງກ່າວ​ລວມ​ມີ: ສ ອາ​ເມ​ຣິ​ກາ, ອັງກິດ, ຝຣັ່ງ, ຈີນ, ຣັດ​ເຊຍ ແລະ ສະມາຊິກ​ກຸ່ມ​ປະ
ຊາ​ຄົມ ເພື່ອ​ການ​ພັດທະນາ ພາກ​ພື້ນ​ອາ​ຟຣິ​ກາ ຕອນ​ໃຕ້ (ເອສ​ເອ​ດີ​ຊີ). ປັດຈຸບັນ, ການທ່ອງທ່ຽວ​ເປັນ​ອຸດສາຫະກຳ ແລະ ສ້າງ​ລາຍ​ໄດ້
ເປັນ​ອັນ​ດັບ 3 ໃຫ້​ແກ່​ມາລາ​ວີ ຖັດ​ຈາກ​ການ​ສົ່ງ​ອອກ​ຢາສູບ ແລະ ຊາ. ເຖິງ​ຢ່າງໃດ​ກໍ​ຕາມ, ໃນ​ໄລຍະ​ຜ່ານ​ມາອຸດສາຫະກຳ​ການທ່ອງ
ທ່ຽວ​ຂອງ​ມາລາວິ ແມ່ນ​ໄດ້​ຮັບ​ຜົນ​ກະທົບ​ຢ່າງໜັກ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ ​ໂຄ​ວິດ-19.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/02/2024